ຂະແໜງກວດກາ,ປະເມີນຜົນ ແລະປະກັນຄຸນນະພາບເຂົ້້າຮ່ວມກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ປື້ມຄູ່ມື MS Office 2013 ແລະ ການນຳໃຊ້ Google Drive ໃຫ້ກັບພະນັກງານວິຊາການ ແລະ ຄູສອນປະຈຳຢູ່ສູນ ICT ໃນຄັ້ງວັນທີ: 26-27 ຕຸລາ 2023 ປະຈຳສົກຮຽນ: 2023-2024

0

 




ຂະແໜງກວດກາ,ປະເມີນຜົນ ແລະປະກັນຄຸນນະພາບເຂົ້້າຮ່ວມກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ປື້ມຄູ່ມື MS Office 2013 ແລະ ການນຳໃຊ້ Google Drive ໃຫ້ກັບພະນັກງານວິຊາການ ແລະ ຄູສອນປະຈຳຢູ່ສູນ ICT ໃນຄັ້ງວັນທີ: 26-27 ຕຸລາ 2023 ປະຈຳສົກຮຽນ: 2023-2024 
        ປະຊຸມຝຶກອົບຮົມການນຳໃຊ້ລະບົບ ປື້ມຄູ່ມື ການນຳໃຊ້ MS Office 2013 ແລະ ນໍາໃຊ້ Google Drive ເຊີ່ງເປັນບ່ອນເກັບມ້ຽນຂໍ້ມູນຕ່າງໆ ແລະ ໃຫ້ພະນັກງານວິຊາການ ແລະ ຄູສອນທີ່ສອນປະຈຳຢູ່ສູນ ໄອຊີທີ.
ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຊຸດຝຶກອົບຮົມການນຳໃຊ້ລະບົບ ປື້ມຄູ່ມື ການນຳໃຊ້ MS Office 2013 ແລະ ນໍາໃຊ້ Google Drive ເຊີ່ງເປັນບ່ອນເກັບມ້ຽນຂໍ້ມູນຕ່າງໆ ແລະ ໃຫ້ພະນັກງານວິຊາການ ແລະ ຄູສອນທີ່ສອນປະຈຳຢູ່ສູນ ໄອຊີທີ ຂື້ນໃນວັນທີ 26-27 ຕຸລາ 2023. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ມີຜູ້ອຳນວຍການສູນໄອຊີທີ, ຫົວໜ້າຂະແໜງ ຮອງຫົວໜ້າຂະແຫນງ, ຜູ້ອຳນວຍການໂຮງຮຽນ ມສ ໄຊຍະບູລີ, ວິທະຍາກອນຈາກສູນໄອຊີທີ, ຄູອາຈານທີ່ສອນປະຈຳຢູ່ສູນໄອຊີທີ ແລະ ນັກສະມະນາກອນຈາກໂຮງຮຽນ ມສ ໄຊຍະບູລີຈຳນວນ 30 ທ່ານ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ຈຸດປະສົງແມ່ນ 1.ເພື່ອພັດທະນາ ແລະ ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ຄູສອນ ທີ່ເຮັດວຽກການຄຸ້ມຄອງລະບົບໄອຊີທີໃນຫ້ອງຮຽນໃຫ້ມີຄວາມຊຳນານງານໃນການນຳໃຊ້ອຸປະກອນຕ່າງໆ ເຊັ່ນ: ການຄວບຄຸມເຄື່ອງມືເອເລັກໂຕຣນິກທີ່ໃຊ້ເຂົ້າໃນການຈັດການຮຽນ-ການສອນ ເຊັ່ນ: ການປິດ-ເປີດລະບົບວີດີໂອ, ການປັບກ້ອງວີດີໂອ, ລະບົບເຄື່ອງສຽງ, 2. ເພື່ອປັບປຸງ ແລະ ພັດທະນາລະບົບການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນ ໂດຍການໃຊ້ໄອຊີທີ ແລະ ເທັກໂນໂລຊີທີ່ທັນສະໄໝເຂົ້າໃນການຈັດການຮຽນ-ການສອນ ເຊັ່ນ: ການສ້າງສື່ການຮຽນ-ການສອນດ້ວຍ Microsoft PowerPoint, ການນຳໃຊ້ເຄື່ອງສາຍແຜ່ນໃສ, 3. ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການຈັດການຮຽນ-ການສອນ ແບບເອເລັກໂຕຣນິກ ແລະ ຄວາມເປັນເອກະພາບລະຫວ່າງຄູສອນດ້ວຍກັນ ແລະ ພະນັກງານວິຊາການດ້ານເຕັກນິກ (ຄູຕົ້ນທາງ, ຄູປາຍທາງ ແລະ ວິຊາການໄອທີ), 4. ເພື່ອສົ່ງເສີມການຮຽນຮູ້ ຂອງນັກຮຽນຢູ່ນອກຫ້ອງຮຽນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ການຮຽນຮູ້ຂອງນັກຮຽນບໍ່ຈຳກັດສະເພາະຢູ່ໃນໂຮງຮຽນເທົ່ານັ້ນ (ຕ້ອງມີເນື້ອໃນບົດຮຽນລົງໃນລະບົບ Laolearn, ຫ້ອງສະມຸດເອເລັກໂຕຣນິກ).
ໃນຕອນທ້າຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງກໍໄດ້ໃຫ້ກຽດໂອລົມ ໂດຍທ່ານໄດ້ເນັ້ນໜັກໃຫ້ທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ເປັນເຈົ້າການໃນການປະຕິບັດໂມງເວລາຕາມວາລະ ຂອງກອງປະຊຸມ ແລະ ປະກອບຄຳຄິດຄຳເຫັນໃສ່ແຕ່ລະບັນຫາຢ່າງສ້າງສັນ ໂດຍສະເພາະ ແມ່ນເລັ່ງໃສ່ຂະຫຍາຍ ແລະ ປັບປຸງການກະກຽມເນື້ອໃນບົດສອນ, ການສ້າງສື່ການສອນ, ວິທີການນຳໃຊ້ເຄື່ອງມືເອເລັກໂຕຣນິກ ແລະ ການສອນສົ່ງຄວາມຮູ້ ຂອງຄູໄປສູ່ນັກຮຽນໃຫ້ມີຄຸນະພາບທີ່ດີ ແລະ ພ້ອມກັນເຮັດໃຫ້ກອງປະຊຸມມີເນື້ອໃນ, ມີບັນຍາກາດ ແລະ ສຳເລັດຢ່າງຈົບງາມ.

Post a Comment

0Comments
Post a Comment (0)